ການອະນຸລັກມໍລະດົກ -
ການທ້ອນໂຮມຊຸມຊົນທີ່ແຕກຕ່າງກັນຂອງພວກເຮົາ -
ການທ້ອນໂຮມຊຸມຊົນທີ່ແຕກຕ່າງກັນຂອງພວກເຮົາ -
ວິໄສທັດຂອງພວກເຮົາ
ຫ້ອງການການເວົ້າໄດ້ຫຼາຍພາສາ ແລະ ການສຶກສາທົ່ວໂລກມຸ່ງສົ່ງເສີມຊຸມຊົນໂຮງຮຽນໃຫ້ນັກຮຽນທຸກຄົນໄດ້ຮັບການກະກຽມສໍາລັບການມີສ່ວນຮ່ວມຮັບຜິດຊອບໃນຊຸມຊົນທ້ອງຖິ່ນ ແລະ ທົ່ວໂລກທີ່ແຕກຕ່າງກັນທາງດ້ານພາສາ ແລະ ວັດທະນະທໍາຂອງພວກເຮົາ.
ຄ່ານິຍົມຂອງພວກເຮົາ
ຫ້ອງການການເວົ້າໄດ້ຫຼາຍພາສາ ແລະ ການສຶກສາທົ່ວໂລກໃຫ້ຄວາມສຳຄັນຕໍ່ສິດທິມະນຸດທາງດ້ານພາສາ ແລະ ວັດທະນະທຳຂອງນັກຮຽນທຸກຄົນ. ການເຮັດວຽກຂອງພະແນກຂອງພວກເຮົາສະທ້ອນໃຫ້ເຫັນຄຸນຄ່າເຫຼົ່ານີ້ໂດຍການສະໜອງການເຂົ້າເຖິງການເວົ້າໄດ້ຫລາຍພາສາທີ່ມີຄຸນນະພາບສູງ, ຫຼາຍວັດທະນະທໍາ ແລະ ການສຶກສາໃນທົ່ວໂລກທີ່ເທົ່າທຽມກັນ. ວຽກນີ້ໄດ້ເສີມສ້າງຄວາມເຂັ້ມແຂງໂດຍຜ່ານການມີສ່ວນຮ່ວມຂອງຊຸມຊົນ ແລະ ຄວາມຮັບຜິດຊອບຮ່ວມກັນຂອງຜູ້ມີສ່ວນໄດ້ສ່ວນເສຍທຸກຄົນ.
ພວກເຮົາເຊື່ອວ່ານັກຮຽນທຸກຄົນ:
- ເປັນຜູ້ຮຽນຮູ້ພາສາ ແລະ ຄູທຸກຄົນເປັນຜູ້ສອນພາສາ
- ມີເອກະລັກວັດທະນະທໍາ ແລະ ພາສາທີ່ຄວນໄດ້ຮັບການປະເມີນຄຸນຄ່າ ແລະ ພັດທະນາ
- ສົມຄວນເຂົ້າເຖິງການຮຽນຮູ້ທີ່ເທົ່າທຽມກັນ
- ຄວນມີການເຂົ້າເຖິງການຮຽນຮູ້ພາສາອັງກິດໃນເບື້ອງຕົ້ນ ແລະ ພາສາອື່ນອີກໜຶ່ງພາສາ ຫຼື ຫຼາຍກວ່ານັ້ນ
- ສົມຄວນມີວັດທະນະທຳໂຮງຮຽນທີ່ຍອມຮັບພື້ນຫຼັງຄວາມຫຼາກຫຼາຍພາສາ ແລະ ວັດທະນະທຳທີ່ຫຼາກຫຼາຍ
- ຕ້ອງການທັກສະທີ່ຕ່າງວັດທະນະທໍາເພື່ອມີສ່ວນຮ່ວມພາຍໃນຊຸມຊົນທ້ອງຖິ່ນ ແລະ ທົ່ວໂລກຂອງເຂົາເຈົ້າ
- ມາຈາກຊຸມຊົມທີ່ໃສ່ໃຈ ແລະ ໃຫ້ຄວາມສຳຄັນຕໍ່ກັບການສຶກສາຂອງເຂົາເຈົ້າ
ພາລະກິດຂອງພວກເຮົາ
ພາລະກິດຂອງຫ້ອງການການເວົ້າໄດ້ຫຼາຍພາສາ ແລະ ການສຶກສາທົ່ວໂລກແມ່ນຮັບປະກັນການປະຕິບັດຕາມກົດລະບຽບຂອງລັດ ແລະ ລັດຖະບານກາງກ່ຽວກັບການສຶກສາຂອງຜູ້ທີ່ຮຽນພາສາອັງກິດ ແລະ ເພື່ອສ້າງຄວາມອາດສາມາດ ເຂດປົກຄອງ ແລະ ສ້າງຄວາມຮັບຜິດຊອບຮ່ວມກັນສໍາລັບການພັດທະນານັກຮຽນທີ່ມີຄວາມສາມາດເວົ້າໄດ້ຫຼາຍພາ ສາ ແລະ ຄວາມສາມາດທາງວັດທະນະທໍາ.
ພວກເຮົາມຸ່ງຫມັ້ນທີ່ຈະຊ່ວຍໃຫ້ນັກຮຽນຮູ້ເຖິງສັກກະຍະພາບເຕັມຂອງພວກເຂົາໃນຖານະເປັນພົນລະເມືອງ ທົ່ວໂລກໂດຍຜ່ານ:
ວັດທະນະທຳຂອງການປະເມີນຄຸນຄ່າຜູ້ຮຽນພາສາທຸກຄົນ
ພວກເຮົາເຊື່ອວ່ານັກຮຽກທຸກຄົນເປັນຜູ້ຮຽນພາສາ. ການສອນດ້ານເນື້ອຫາການຮຽນລວມເຖິງການແນະນຳພາສາເປົ້າໝາຍພາຍໃນວິທີປະຕິບັດຫຼັກ. ພວກເຮົາສ້າງຕາມຄວາມຫຼາກຫຼາຍຂອງພາສາທີ່ສົມບູນແບບຂອງນັກຮຽນຂອງພວກເຮົາ.
ຄວາມຮັບຮູ້, ຄວາມສາມາດ ແລະ ຄວາມເຄົາລົບຕໍ່ວັດທະນະທຳ
ພວກເຮົາເຄົາລົບ ແລະ ຕອບສະຫນອງຕໍ່ຄວາມເປັນມາຂອງວັດທະນະທໍາຂອງນັກຮຽນຂອງພວກເຮົາ ແລະ ຄອບຄົວ ຂອງເຂົາເຈົ້າ. ພວກເຮົາໃຫ້ການພັດທະນາພະນັກງານເພື່ອສ້າງຄວາມສາມາດທາງວັດທະນະທໍາ ແລະ ວິທີປະຕິບັດທີ່ກ່ຽວຂ້ອງກັບວັດທະນະທໍາ.
ວັດທະນະທໍາຂອງຄວາມຄາດຫວັງສູງ
ພວກເຮົາສົ່ງເສີມຄວາມຄາດຫວັງສູງສໍາລັບຄວາມສໍາເລັດໃນການຮຽນສໍາລັບນັກຮຽນທຸກຄົນໂດຍບໍ່ຄໍານຶງເຖິງພາສາ ແລະ ຄວາມເປັນມາທາງວັດທະນະທຳ. ການເອົາໃຈໃສ່ຕໍ່ການພັດທະນາພາສາຊ່ວຍໃຫ້ເຂົ້າເຖິງຄວາມຮູ້ ແລະ ທັກສະທີ່ຈຳເປັນສໍາລັບນັກຮຽນທຸກຄົນເພື່ອກາຍເປັນນັກຮຽນທີ່ເປັນຜູ້ທີ່ເພິ່ງພາຕົນເອງໄດ້ ແລະ ເປັນຜູ້ຮຽນຮູ້ຕະຫຼອດຊີວິດ. ນັກສຶກສາທີ່ມີຄຸນສົມບັດສູງຈະໄດ້ຮັບຄັດເລືອກ ແລະ ຮັກສາໄວ້ເພື່ອໃຫ້ບັນລຸເປົ້າໝາຍນີ້.
ວັດທະນະທຳການພັດທະນາແບບມືອາຊີບທີ່ມີປະສິດທິພາບ
ພວກເຮົາໃຫ້ການພັດທະນາແບບມືອາຊີບທີ່ຍົກສູງລະດັບຕາມການຄົ້ນຄວ້າວິໄຈເພື່ອແກ້ໄຂຫຼັກສູດ, ຄູສອນ ແລະ ນັກຮຽນໃຫ້ມີການເຕີບໂຕ. ຜູ້ເຂົ້າຮ່ວມກາຍເປັນສະມາຊິກທີ່ຫ້າວຫັນຂອງຊຸມຊົນການຮຽນຮູ້ແບບມືອາຊີບຂອງເຂົາເຈົ້າ. ການຮຽນຮູ້ແບບມືອາຊີບຢ່າງຕໍ່ເນື່ອງຈະລວມມີທິດສະດີທີ່ໄດ້ມາພາສາ, ຄວາມຮູ້ຈາກຫຼັກການຮຽນການສອນ, ຍຸດທະສາດການສອນທີ່ມີປະສິດທິພາບ ແລະ ການປະຕິບັດຮ່ວມກັນ.
ວັດທະນະທໍາການລວມເອົາທຸກຄົນ ແລະ ການຮຽນຮູ້
ພວກເຮົາສ້າງຄວາມອາດສາມາດຂອງຜູ້ທີ່ມີສ່ວນໄດ້ສ່ວນເສຍເພື່ອສ້າງລະບົບທີ່ມີປະສິດທິພາບ ແລະ ຍຶນຍົງທີ່ນັກຮຽນມີການເຂົ້າເຖິງປະສົບການກ່ຽວກັບການສຶກສາທີ່ເທົ່າທຽມກັນ ແລະ ລວມກັນ. ນີ້ລວມມີຮູບແບບຂອງໂຄງການທີ່ໃຫ້ການອຳນວຍສະດວກທີ່ເໝາະສົມ ແລະ ຍົກສູງລະດັບໃນທຸກແງ່ທຸກມຸມຂອງປະສົບການກ່ຽວກັບການສຶກສາ. ນັກຮຽນ ແລະ ຄອບຄົວຂອງເຂົາເຈົ້າມີສ່ວນຮ່ວມໃນຖານະເປັນຄູ່ຮ່ວມງານທີ່ເທົ່າທຽມກັນ.
ວັດທະນະທຳຄວາມຮັບຜິດຊອບຮ່ວມກັນສຳລັບການພັດທະນາພາສາ
ພວກເຮົາສົ່ງເສີມຕໍ່ຄວາມຮັບຜິດຊອບລວມກັນສໍາລັບການພັດທະນາພາສາຂອງນັກຮຽນ. ນີ້ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນຮ່ວມກັນເພື່ອປະເມີນຄວາມສາມາດທາງດ້ານພາສາຂອງນັກຮຽນຢ່າງຕໍ່ເນື່ອງນອກຈາກການຮຽນຮູ້ເນື້ອຫາການຮຽນ. ຂໍ້ມູນຖືກນໍາໃຊ້ເພື່ອວາງແຜນສໍາລັບຄຳແນະນຳທີ່ເຮັດໃຫ້ການພັດທະນາພາສາຂອງນັກຮຽນກ້າວໜ້າ. ຄໍາແນະ ນໍາທີ່ໃຊ້ໂຄງສ້າງການສຶກສາແບບສາກົນທີ່ມີຄວາມຊື່ສັດເພື່ອຮັບປະກັນການເຂົ້າເຖິງການຮຽນຮູ້ໂດຍຜ່ານການສະ ໜັບສະໜູນພາສາມໍລະດົກ ແລະ ການພັດທະນາພາສາເປົ້າຫມາຍ.